Javascript Tree Menu by Deluxe-Tree.com

Laos discuss South Mekhong dam with Commission members (post in Lao, use translate)

ທາງການລາວຕົກລົງ ນຳເອົາໂຄງການກໍ່ສ້າງເຂື່ອນດອນສະຫົງ 
ເຂົ້າສູ່ຂະບວນການ ປຶກສາຫາລື ຮ່ວມກັບປະເທດສະມາຊິກ ໃນຄະນະກຳມາທິການ ແມ່ນ້ຳຂອງ (MRC) ດ້ວຍກັນ. ທາງການລາວ ໄດ້ຕົກລົງ ນຳເອົາໂຄງການກໍ່ສ້າງ ເຂື່ອນດອນສະຫົງ ໃນແມ່ນ້ຳຂອງ ຢູ່ໃນເຂດ ສີ່ພັນດອນ ຄອນພະເພັງ ໃນແຂວງຈຳປາສັກ ເຂົ້າສູ່ຂະບວນການ ປຶກສາຫາລື ຮ່ວມກັບ ປະເທດສະມາຊິກ ໃນຄະນະກຳມາທິການ ແມ່ນ້ຳຂອງ (MRC) ໃນການ ປະຊຸມລະດັບ ລັດຖະມົນຕີຂອງ MRC ຄັ້ງທີ 20 ທີ່ໄດ້ມີຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 26-27 ມິຖຸນານີ້ ຢູ່ບາງກອກ.